Maximumdiscount
10%
until Jun 2025
CAMPAIGN WILL END IN

Promotion ຮ່ວມ

SSL ແມ່ນຫຍັງ?

SSL ຫຍໍ້ມາຈາກ Secure Sockets Layer ເປັນການເຂົ້າລະຫັດລະຫວ່າງຕົ້ນທາງ (Server) ກັບປາຍທາງ (User) ເພື່ອປ້ອງກັນການລັກຂໍ້ມູນຈາກ Hacker ພາຍໃນປີນີ້ Google ມີນະໂຍບາຍໃຫ້ທຸກເວັບໄຊທ໌ຕ້ອງຕິດຕັ້ງ SSL ເພື່ອຄວາມປອດໄພ ບໍ່ສະນັ້ນແລ້ວ Google ຈະຂຶ້ນຂໍ້ຄວາມວ່າ ເວັບໄຊທ໌ບໍ່ປອດໄພ ຫຼື Not Secure ເຊິ່ງເຮັດໃຫ້ເວັບໄຊທ໌ຂາດຄວາມໜ້າເຊື່ອຖື ຄາດວ່າພາຍໃນປີນີ້ 50% ຂອງເວັບໄຊທ໌ທັງໝົດໃນລາວຈະຕິດຕັ້ງ SSL ເຊິ່ງໃນຕ່າງປະເທດເວັບໄຊທ໌ຫຼາຍກວ່າ 90% ຕິດຕັ້ງ SSL ກັນໝົດແລ້ວ ເຮັດໃຫ້ເວັບໄຊທ໌ມີຄວາມໜ້າເຊື່ອຖືເພີ່ມຫຼາຍຂຶ້ນ ຄຸ້ມຄ່າແນ່ນອນ !

* ລາຄາຍັງບໍ່ລວມອາກອນມູນຄ່າເພີ່ມ

Alpha SSL

500,000 ກີບ/ປີ 450,000ກີບ/ປີ

Alpha SSL

ເໝາະສຳລັບເວັບໄຊທ໌ທົ່ວໄປທີ່ພຽງແຕ່ຕ້ອງການໃຊ້ງານ https (ssl) ສຳລັບຂໍ້ມູນໃນ SSL ຈະເປັນຂໍ້ມູນບຸກຄົນ (ບໍ່ແມ່ນບໍລິສັດ)

  • ໃຊ້ງານ https ໄດ້
  • ຂໍ້ມູນ SSL ເປັນຂໍ້ມູນບຸກຄົນ
  • ໄດ້ຮັບພາຍໃນ 5 ນາທີ
  • ວົງເງິນຮັບປະກັນ 10,000 USD

Organization SSL

3,200,000 ກີບ/ປີ 2,880,000 ກີບ/ປີ

SSL ລະດັບອົງກອນ

ເໝາະສຳລັບເວັບໄຊທ໌ບໍລິສັດ ເພາະສາມາດໃຊ້ງານ https (ssl) ໄດ້ ແລະ ລາຍລະອຽດໃນ ssl ຈະເປັນຂໍ້ມູນບໍລິສັດ ເຮັດໃຫ້ມີຄວາມໜ້າເຊື່ອຖືຫຼາຍຂຶ້ນ

  • ໃຊ້ງານ https ໄດ້
  • ຂໍ້ມູນ SSL ເປັນຂໍ້ມູນບໍລິສັດໄດ້
  • ໄດ້ຮັບພາຍໃນ 5 ວັນ
  • ວົງເງິນຮັບປະກັນ 1,25 ລ້ານ USD

Extended SSL

8,000,000 ກີບ/ປີ 7,200,000 ກີບ/ປີ

SSL ລະດັບສູງສຸດ

ເໝາະສຳລັບເວັບໄຊທ໌ບໍລິສັດທີ່ຕ້ອງການຄວາມປອດໄພສູງສຸດ ແລະ ໜ້າເຊື່ອຖືສູງທີ່ສຸດໃນໂລກອິນເຕີເນັດ

  • ໃຊ້ງານ https ໄດ້
  • ຂໍ້ມູນ SSL ເປັນຂໍ້ມູນບໍລິສັດໄດ້
  • ໄດ້ຮັບພາຍໃນ 7 ວັນ
  • ວົງເງິນຮັບປະກັນ 1,5 ລ້ານ USD

ຄ່າບໍລິການແຕ່ລະປະເພດ

Alpha

(Alpha SSL)

OV

(Organization SSL)

EV

(Extended SSL)

ໄລຍະເວລາດຳເນີນການອອກ SSL

ການດຳເນີນການອອກ SSL ແຕ່ລະປະເພດໃຊ້ໄລຍະເວລາໃນການດຳເນີນການແຕກຕ່າງກັນ

5 ນາທີ 7 ວັນ 10 ວັນ

ຄ່າບໍລິການ

ຄ່າບໍລິການ 1 ປີ



500,000 ກີບ450,000 ກີບ



3,200,000 ກີບ2,880,000 ກີບ



8,000,000 ກີບ7,200,000 ກີບ

SSL Options

Wildcard

ຄ່າບໍລິການ 1 ປີ



1,200,000 ກີບ1,080,000 ກີບ



8,500,000 ກີບ7,650,000 ກີບ



ບໍ່ສາມາດໃຊ້ໄດ້

Public IP Addresses

ຄ່າບໍລິການ 1 ປີ



ບໍ່ສາມາດໃຊ້ໄດ້



3,800,000 ກີບ3,420,000 ກີບ



ບໍ່ສາມາດໃຊ້ໄດ້

SSL ຂອງເຮົາດີກວ່າບ່ອນອື່ນແບບໃດ?

ເຈົ້າດຽວທີ່ລູກຄ້າສາມາດຈັດການ SSL ໄດ້ເອງທັງໝົດຜ່ານ Control Panel

ເຮົາໄດ້ພັດທະນາ Control Panel ເພື່ອໃຫ້ ລູກຄ້າສາມາດຈັດການຄີ SSL ໄດ້ເອງທັງໝົດ ດ້ວຍຕົນເອງໂດຍບໍ່ຕ້ອງຜ່ານເຈົ້າໜ້າທີ່ ເພື່ອ ຄວາມສະດວກວ່ອງໄວໃນການຈັດການ SSL ເຊິ່ງເຮົາເປັນເຈົ້າທຳອິດໃນລາວເພາະຜູ້ໃຫ້ບໍລິການ ເຈົ້າອື່ນລູກຄ້າຈະຕ້ອງແຈ້ງທຸກເລື່ອງຜ່ານເຈົ້າໜ້າ ທີ່ເທົ່ານັ້ນ ບໍ່ສາມາດຈັດການໄດ້ດ້ວຍຕົນເອງ

ຈັດກຽມເອກະສານທັງໝົດໃຫ້ກັບລູກຄ້າ (ສຳລັບ OV ແລະ EV)

ທີມງານຂອງເຮົາຈະເປັນຜູ້ຈັດກຽມເອກກະສານ ໃຫ້ທັງໝົດທີ່ຕ້ອງໃຊ້ງານສຳລັບການອອກຄີ SSL(ລູກຄ້າມີໜ້າທີ່ເຊັນເອກກະສານຢ່າງດຽວ) ບໍລິການໃນສ່ວນນີ້ຈະຊ່ວຍປະຢັດເວລາ ແລະ ຄວາມຫຍຸ້ງຍາກໃຫ້ລູກຄ້າເປັນຢ່າງຍິ່ງ ເພາະ ລູກຄ້າ 95% ບໍ່ເຄີຍຊື້ SSL ມາກ່ອນຈິ່ງບໍ່ຮູ້ຂັ້ນ ຕອນໃນການຈັດກຽມເອກກະສານ ເຮັດໃຫ້ການ ອອກຄີ SSL ເປັນໄປຢ່າງຫຼ້າຊ້າ ຫຼື ບໍ່ສາມາດ ອອກໄດ້

ລູກຄ້າສາມາດເລືອກວັນແລະເວລາທີ່ສະດວກ ເພື່ອໃຫ້ Audit ໂທຢຶນຢັນຕົວຕົນ

ເປັນບໍລິການພິເສດສະເພາະທີ່ເຮົາບ່ອນດຽວ ເນື່ອງຈາກຜູ້ໃຫ້ບໍລິການເຈົ້າອື່ນເປັນພຽງ Reseller ຈິ່ງບໍ່ສາມາດກຳນົດວັນເວລາໃຫ້ ຕ່າງປະເທດໂທຢືນຢັນຕົວຕົນໄດ້ ແຕ່ເຮົາ ເປັນຜູ້ໃຫ້ບໍລິການ SSL Provider ໂດຍ ກົງຈິ່ງເຮັດໃຫ້ລູກຄ້າສາມາດເລືອກວັນແລະ ເວລາທີ່ຕ້ອງການໃຫ້ຝ່າຍກວດສອບໂທຢືນຢັນ ຕົວຕົນ (ສ່ວນຫຼາຍບ່ອນອອກຄີ SSL ບໍ່ຄ່ອຍຈະຕິດບັນຫາໃນຂໍ້ນີ້)

ມີເຈົ້າໜ້າທີ່ຖ້າຊ່ວຍເຫຼືອ ເຊິ່ງມີຄວາມຮູ້ຄວາມຊຳນານດ້ານ SSL ໂດຍສະເພາະ

ລູກຄ້າຈະມີຄວາມອຸ່ນໃຈໃນການຊື້ SSL ກັບ ເຮົາເພາະເຮົາເປັນບໍລິສັດໃນປະເທດລາວ ທີ່ມີເຈົ້າໜ້າທີ່ສະເພາະທາງ SSL ສຳລັບ ຊ່ວຍເຫຼືອໃນທຸກໆດ້ານບໍ່ວ່າຈະເປັນການ ອອກຄີ, ຕໍ່ອາຍຸ, ຈັດກຽມເອກກະສານ ແລະ ອື່ນໆ ຖ້າລູກຄ້າຕິດບັນຫາການໃຊ້ງານ ສາມາດໂທຕິດຕໍ່ສອບຖາມໄດ້ຕະຫຼອດເວລາ

ເຮົາບໍ່ແມ່ນ Reseller ແຕ່ເປັນ SSL Provider ໂດຍກົງ

ເຮົາເປັນພຽງເຈົ້າດຽວໃນປະເທດລາວທີ່ບໍ່ແມ່ນ Reseller ເຮົາເປັນບໍລິສັດທີ່ສາມາດອອກຄີ SSL ໄດ້ດ້ວຍຕົນເອງ ຈິ່ງເຮັດໃຫ້ເຮົາຈັດການ SSL ໃນທຸກຂັ້ນຕອນໄດ້ໄວກວ່າບ່ອນອື່ນ ບໍ່ວ່າລູກຄ້າຈະມີບັນຫາໃດໆ ອີເມວເຈົ້າຂອງໂດເມນບໍ່ໄດ້ໃຊ້ງານ, ເບີຕິດຕໍ່ຍົກເລີກໄປແລ້ວ ແລະ ອື່ນໆ ເຮົາສາມາດແກ້ໄດ້ທຸກບັນຫາແລະອອກຄີ SSL ໃຫ້ລູກຄ້າໄດ້ໃນທຸກເຄສ